ຄວາມຮູ້ພື້ນຖານກ່ຽວກັບຄອມພິວເຕີ
Basic Computer
ຄຳນຳ
ໃນຊິວິດປະຈຳວັນຂອງທຸກຄົນໃນວັນນີ້ຈະຮູ້ຈັກຄຳວ່າ “ຄອມພິວເຕີ” ເຊັ່ນ: ອັດຮູບດ້ວຍຄອມພິວເຕີ, ໂຮງຮຽນຄອມພິວເຕີ, ແກມຄອມພິວເຕີ ເປັນຕົ້ນ ເຖີງວ່າໜ່ວຍງານຕ່າງໆ ທັງພາກລັດ ແລະ ເອກະຊົນໄດ້ມີການນຳຄອມພິວເຕີເຂົ້າມາຊ່ວຍໃນການບໍລິຫານຂອງໝ່ວຍງານຫຼາຍຂື້ນ ເຊັ່ນ: ໃນໜ່ວຍງານທຸລະກິດມີການນຳສະເໜີຄອມພິວເຕີມາຊ່ວຍງານດ້ານບຸກຄະລະກອນ, ວຽກບັນຊີ, ການຊັບພະຍາກອນອາກາດ ແລະ ກວດສອບຍອດຂາຍ ໃນໂຮງງານອຸດສະຫະກຳໄດ້ນຳຄອມພິວເຕີເຂົ້າມາຊ່ວຍຄວບຄຸ້ມແບບ ແລະ ການຜະລິດສີນຄ້າເປັນຕົ້ນ.
ຄອມພິວເຕີໄດ້ເຂົ້າມາມີບົດບາດໃນຊິວິດປະຈຳວັນ ແລະ ກາຍເປັນສີ່ງທີ່ສຳຄັນໃນຊິວິດຂອງມະນຸດໃນຍຸກປັດຈຸບັນຫຼາຍຂື້ນ ດັ່ງນັ້ນການຮຽນຮູ້ກ່ຽວກັບພື້ນຖານຄອມພິວເຕີຈີ່ງເປັນເລື່ອງທີ່ໜ້າສົນໃຈ ແລະ ໜ້າສຶກສາຢ່າງຍີ່ງ ໂດຍສະເພາະເລື່ອງຄວາມໝາຍ ລະບົບຄອມພິວເຕີ ແລະ ອົງປະກອບຂອງລະບົບຄອມພິວເຕີ, ຄຸນສົມບັດຄອມພິວເຕີ ເຊີ່ງຄວາມຮູ້ຕົ້ນເຫຼົ່ານີ້ຈະເຮັດໃຫ້ມີຄວາມຮູ້ຄວາມເຂົ້າໃຈ ແລະ ສາມາດໃຊ້ງານຄອມພິວເຕີໄດ້ຢ່າງມີປະສິດຕິພາບ
ປັດຈຸບັນຄອມພິວເຕີໄດ້ເຂົ້າມາມີບົດບາດໃນການດຳເນີນຊິວິດປະຈຳວັນ ຊ່ວຍອຳນວຍຄວາມສະດວກໃນການດຳເນີນກິດຈະກຳຕ່າງໆ ທຳໃຫ້ຊິວິດຄວາມເປັນຢູ່ດີຂື້ນ ແລະ ການສື່ສານທັງໃນປະເທດ ແລະ ຕ່າງປະເທດມີຄວາມສະດວກສະບາຍວ່ອງໄວຫຼາຍຂື້ນ.
·
ຈຸດປະສົງທົ່ວໄປ.
o ເພື່ອໃຫ້ຜູ້ຮຽນເຂົ້າໃຈກ່ຽວກັບຄວາມໝາຍຂອງຄອມພິວເຕີ
ປະເພດຂອງ ຄອມພິວເຕີ ອົງປະກອບຂອງລະບົບຄອມພິວເຕີ,
ຄຸນສົມບັດຂອງຄອມພິວເຕີ, ບົດບາດຂອງຄອມພິວເຕີໃນຊິວິດປະຈຳວັນ ແລະ
ການຕິດຕັ້ງອຸປະກອນຄອມພິວເຕີ
o ເພື່ອໃຫ້ຜູ້ຮຽນມີຄວາມສາມາດປະຕິດບັດການກວດສອບເຄື່ອງຄອມພິວເຕີ
ການຕິດຕັ້ງອຸປະກອນຄອມພິວເຕີ ແລະ ອຸປະກອນຫ້ອງການຕ່າງໆ
o ເພື່ອໃຫ້ຜູ້ຮຽນມີຄຸນນະທຳ,
ຈະລິຍະທຳ, ຄວາມຮັບຜິດຊອບ ແລະ ຄຸນລັກສະນະທີ່ປາຖະໜາ ໃນການກວດສອບຄອມພິວເຕີ ການຕິດຕັ້ງອຸປະກອນຄອມພິວເຕີ ແລະ ອຸປະກອນອອ້ມຂ້າງທີ່ຈຳເປັນ ມີອຸປະນິໄນໃນການເຮັດວຽກຢ່າງເປັນລະບົບດ້ວຍຄວາມອົດທົນ ປານິດ ຮອບຄອບ ແລະ ປອດໄພ.
·
ຈຸດປະສົງດ້ານພຶດຕິກຳ
o ສອນ/ອະທິບາຍ ຄວາມຮູ້ກ່ຽວກັບຄວາມໝາຍຂອງຄອມພິວເຕີ, ປະເພດຂອງຄອມພິວເຕີ, ອົງປະກອບລະບົບຄອມພິວເຕີ ຄຸນສົມບັດຂອງຄອມພິວເຕີ ບົດບາດຂອງຄອມພິວເຕີ ໃນຊີວິດປຈຳວັນ.
o ປະຕິບັດການກວດສອບເຄື່ອງຄອມພິວເຕີ ການຕິດຕັ້ງອຸປະກອນຄອມພິວເຕີ
o ປູກຈິດສຳນຶກ ແລະ ອຸປະນິດໄສການເຮັດວຽກທີ່ດີ ໃນການກວດສອບເຄື່ອງຄອມພິວເຕີ ການຕິດຕັ້ງອຸປະກອນຄອມພິວເຕີ ແລະ ອຸປະກອນ ໃນການກວດສອບເຄື່ອງຄອມພິວເຕີ ແລະ ອຸປະກອນ
·
ຫົວເລື່ອງການຮຽນຮູ້ພື້ນຖານຄອມພິວເຕີ
o ພາກທີ I: ຄວາມຮູ້ເບື້ອງຕົ້ນກ່ຽວກັບຄອມພິວເຕີ
o ພາກທີ II: ອຸປະກອນຂອງຄອມພິວເຕີ
o ພາກທີ III: ວິທີປະກອບຄອມພິວເຕີເບື້ອງຕົ້ນດ້ວຍຕົນເອງ
o ພາກທີ IV: ການຕິດຕັ້ງ ວິນໂດວ໌ Windows,
Driver ແລະ ໂປຣແກຣມ
o ພາກທີ V: ບັນຫາຄອມພິວ ແລະ ວິທີແກ້ໄຂບັນຫາເບື້ອງຕົນ
·
ຈຸດເດັ່ນຂອງເອກະສານສະບັບນີ້
o
ທິດສະດີສັ້ນກະທັດລັດ ຫັດກູ່ມ ເນັ້ນພາບປະກອບ ອ່ານເຂົ້າໃຈງ່າຍ ຫາຍຄວາມສົງໃສ
o
ຕັດເນື້ອຫາທີ່ມີລັກສະນະວົກວົນ, ສັບສົນ, ຊ້ຳເກົ່າ. ປັບປຸງໃຫ້ບົດຄວາມໃຫ້ ທັນສະໄໝ, ໜ້າສົນໃຈ ແລະ ກະຕຸ້ນຄວາມຍາກຮູ້ ຍາກອ່ານຂອງນັກສຶກສາ.
o ຕອບໂຈດຄວາມຕ້ອງການວຽກງານດ້ານໄອ, ຫ້ອງການ ແລະ ວຽກງານອື່ນໆ ໃນສະໄໝໃໝ່
ພາກທີ I:
ຄວາມຮູ້ເບື້ອງຕົ້ນກ່ຽວກັບຄອມພິວເຕີ
1.1.
ທຳຄວາມຮູ້ຈັກຄອມພິວເຕີ
ປັດຈຸບັນຄອມພິວເຕີໄດ້ເຂົ້າມາມີບົດບາດທີ່ສຸດຕໍ່ການດຳເນີນຊິວິດ ໂດຍສະເພາະໃນເລື່ອງການເຮັດວຽກ ການເປັນສາດທີ່ຕ້ອງຮຽນຮູ້ ເພື່ອຊ່ວຍໃຫ້ສາມາດເຮັດວຽກຕ່າງໆ ໄດ້ສະດວກ ວ່ອງໄວ ປະຢັດເວລາຫຼາຍກວ່າເກົ່າ ແລະ ນອກຈາກການເຮັດວຽກແລ້ວ ຢູ່ໃນບ້ານ ຄອມພິວເຕີກໍ່ໄດ້ເປັນສ່ວນໜື່ງທີ່ສາມາດຊ່ວຍວຽກສ່ວນຕົວດ້ານຕ່າງໆ ເຊັ່ນ: ເບີ່ງໜັງ ຝັງເພງ ໃຊ້ອີນເຕີເນັດ ແລະ ອື່ນໆ
1.2.
ຄອມພິວເຕີແມ່ນຫຍັງ ?
ຈຳກັດຄວາມຂອງຄອມພິວເຕີ: ອຸປະກອນຫຍັງກໍ່ໄດ້ທີ່ສາມາດຮັບຂໍ້ມູນເຂົ້າໄປປະມວນຜົນ ແລ້ວໄດ້ຜົນລັບອອກມາ ຕາມຕ້ອງການ ໂດຍສ່ວນຕ່າງໆ ໜ່ວຍຮັບຂໍ້ມູນ ໜ່ວຍຄວາມຈຳ ໜ່ວຍປະມວນຜົນກາງ ແລະ ໜ່ວຍສະແດງຜົນຂໍ້ມູນ.
1.3.
ສ່ວນປະກອບຂອງລະບົບຄອມພິວເຕີ
ສ່ວນປະກອບຂອງລະບົບຄອມພິວເຕີ ມີ ດັ່ງນີ້
·
ຮາດແວຣ໌
(Hardware)
·
ຊອຍແວຣ໌
(Software)
·
ບຸກຄະລະກອນ
(Peopleware)
1.3.1. ຮາດແວຣ໌ (Hardware)
ເປັນອຸປະກອນຕ່າງໆ ທີ່ກ່ຽວຂ້ອງກັບຄອມພິວເຕີທັງໝົດ ເຊັ່ນ: ຈໍພາບ (Monitor), ເມົາສ໌ (Mouse), ແປ້ນພິມ (Keyboard), ຊີພີຢູ (CPU), ພຣິນເຕີ (Printer), ສະແກນເນີ
(Scanner), ຢູພີເອສ (UPS), ຊີດີຣອມໄດວຼ໌ (CD-ROM Drive), ໂມເດມ (Modem) ແຜ່ນດີສະເກັດ (Disket)
ແຣມ (Ram), ຮາດດີສ
(Harddisk) ກາດສຽງ (Sound card) ເປັນຕົ້ນ.
1.3.2. ຊອບຟ໌ແວຣ໌
(Software).
ເປັນໂປຣແກຣມທີ່ສ້າງຂື້ນມາເພື່ອໃຫ້ຄອມພິວເຕີສາມາດເຮັດວຽກໄດ້ ຫຼື ເພື່ອໃຫ້ເຄື່ອງຄອມພິວເຕີສາມາດເຮັດວຽກຕ່າງໆ ຕາມທີ່ເຮົາຕ້ອງການເຊີ່ງອາດຈະແບ່ງໄດ້ 2 ປະເພດ ດັ່ງນີ້:
·
ໂປຣແກຣມລະບົບປະຕິບັດການ
(Operating System ຫຼື OS)
ໂປຣແກຣມປະຕິດບັດການ ເປັນໂປຣແກຣມຄວບຄຸມການເຮັດວຽກຂອງຄອມພິວເຕີ ເຮັດໜ້າທີ່ຄວບຄຸມການເຮັດວຽກຕ່າງໆ ເຊັ່ນ: ກນສະແດງຜົນຂໍ້ມູນ ການຕິດຕໍ່ກັບຜູ້ໃຊ້ ໂດຍເຮັດໜ້າທີ່ເປັນສື່ກາງລະຫວ່າງຜູ້ໃຊ້ກັບຄອມພິວເຕີ ໃຫ້ສາມາດສື່ສານກັນໄດ້ ຄວບຄຸມ ແລະ ຈັດສັນຊັບພະຍາກອນ ໃຫ້ກັບໂປຣແກຣມຕ່າງໆ ໂປຣແກຣມປະເພດນີ້ມັກເອີ້ນກັນຫຍໍ່ໆວ່າ ໂອເອສ (OS)
ຕົວຢ່າງ ໂປຣແກຣມລະບົບປະຕິບັດການເຊັ່ນ: DOS, Windows 95 OEM, Windows 95 OSR, Windows 98,
Windows Me, Windows NT, Windows 2000, Windows XP, Linux, Unix ເປັນຕົ້ນ.
·
ໂປຣແກຣມປະຍຸກ (Applications)
ໂປຣແກຣມປະຍຸກ ເປັນໂປຣແກຣມທີ່ສ້າງຂື້ນມາໃຊ້ງານສະເພາະທາງ ເຊັ່ນ: ໃຊ້ພີມເອກກະສານ, ວາດພາບ, ຕິດຕໍ່ສື່ສານ, ການຄຳນວນ ແລະ ອື່ນໆ ໂປຣແກຣມປະຍຸກປະເພດນີ້ໃຫ້ໃຊ້ລາກຫຼາຍເປັນໝື່ນໆ ໂປຣແກຣມ ຜູ້ໃຊ້ສາມາດສ້າງຂື້ນເອງໄດ້ ເພື່ອໃຫ້ຕົງກັບວຽກທີ່ເຮັດຫຼາຍທີ່ສຸດ.
ຕົວຢ່າງ: ໂປຣແກຣມປະຍຸກເຊັ່ນ: Microsoft Office, PageMaker, Photoshop, Cute FTP.
WinAmp, Netscap, Internet Explorer.
1.3.3 ບຸຄະລະກອນ
(Peopleware)
ເປັນບຸຄາລະກອນທີ່ກ່ຽວຂ້ອງກັບຄອມພິວເຕີທັງໝົດ ເຊັ່ນ: ຄົນໃຊ້, ຄົນຂາຍ, ຄົນສອນ, ຄົນຊື້, ຄົນສ້າງໂປຣແກຣມ, ຄົນຜະລິດ ໂດຍສະຫຼຸບແລ້ວກໍ່ຄື ບຸກຄະລະກອນທີ່ເຂົ້າມາກ່ຽວຂ້ອງກັບຄອມພິວເຕີນັ້ນເອງ.
1.4
ສ່ວນປະກອບຂອງຄອມພິວເຕີ
ສ່ວນປະກອບຄອມພິວເຕີມີ 4 ສ່ວນດ້ວຍກັນ:
·
ສ່ວນຮັບຂໍ້ມູນ (Input)
ເຮັດໜ້າທີ່ຮັບຂໍ້ມູນໂດຍອາດຈະຮັບຂໍ້ມູນຈາກແປ້ນພິມ, ເມົາ, ຫຼື ເຄື່ອງສະແກນເນີ, ໜ້າຈໍແບບສຳພັດ
·
ສ່ວນປະມວນຜົນ (CPU: Central Processing Unit)
ເມື່ອຮັບຂໍ້ມູນເຂົ້າມາ ສ່ວນ CPU ຈະເຮັດໜ້າເປັນສະໝອງຂອງຄອມພິວເຕີ ໃນການຄິດຄຳນວນປະມວນຜົນເພື່ອເຮັດຕາມທີ່ຜູ້ໃຊ້ຕ້ອງການ
·
ສ່ວນໜ່ວຍຄວາມຈຳ (Memory)
ໃນການຄິດຄຳນວນຂອງ CPU ນັ້ນ ຈະໄປເຮັດທີ່ໜ່ວຍຈຳຂອງເຄື່ອງ
·
ສ່ວນສະແດງຜົນ (Output)
ເຮັດໜ້າທີ່ສະແດງຜົນ ເຊັ່ນ: ຈໍມໍນີເຕີ, ປຣີ້ນເຕີ ເປັນຕົ້ນ.
ພາກທີ II: ອຸປະກອນຂອງຄອມພິວເຕີ
2.1.
ຮູ້ຈັກກ່ຽວກັບອຸປະກອນຄອມພິວເຕີ
ggg
g
ອຸປະກອນຄອມພິວເຕີອາດເອີ້ນອິກຢ່າງໜື່ງວ່າ ຮາດແວສ໌
(Hardware) ໂດຍຖືວ່າອຸປະກອນໃດໆ ກໍ່ຕາມທີ່ເຂົ້າມາກ່ຽວຂ້ອງກັບເຄື່ອງຄອມພິວເຕີຈະຖຶວ່າເປັນຮາດແວຮ໌ທັງໝົດ ດັ່ງລຸ່ມນີ້:
2.1.
ເມນບອຣ໌ດ
(Mainboard)
ເມນບອຣ໌ດ ຫຼື ມັສເຕີບອຣ໌ດ ຫາກເປີດຝາເຄສອອກ ກໍ່ຈະພົບວົງຈອນຂະໜາດໃຫ່ຍ ເຊີ່ງເອີ້ນວ່າເມນບອຣ໌ດເປັນອຸປະກອນທີ່ສຳຄັນ ເປັນແຜງວົງຈອນຫຼັກໃນ ລະບົບຄອມພິວເຕີ
ເມນບອຣ໌ດເປັນອຸປະກອນທີ່ສຳຄັນຮອງຈາກ ຊີພີຢູ ເມນບອຣ໌ດເຮັດໜ້າທີ່ຄວບຄຸມ ດູແລ ແລະ ຈັດການ ການເຮັດວຽກ ອຸປະກອນຊະນິດຕ່າງໆ ເກືອບທັງໝົດໃນເຄື່ອງຄອມພິວເຕີ ຕັ້ງແຕ່ ຊີພີຢູ ໄປຈົນເຖີງໜ່ວຍຄວາມຈຳແຄຈ໌ ໜ່ວຍຄວາມຈຳຫຼັກ, ຮາດ໌ດິສ໌, ລະບົບບັສ ໃນເມນບອຣ໌ດປະກອບດ້ວຍຫຼາຍຊີ້ນສ່ວນ ລາກຫຼາຍ ມີແຕ່ສ່ວນສຳຄັນໆ
2.1.
CPU
ແມ່ນໜ່ວຍປະມວນຜົນກາງ ຫຼື ຊີພີຢູ ເອີ້ນອິກຊື່ໜື່ງວ່າ ໂປຣເຊເຊີ (Processor) ຫຼື ຊີບ (Chip) ຖືເປັນອຸປະກອນທີ່ມີຄວາມສຳຄັນທີ່ສຸດ ຂອງຮາດ໌ແວຣ໌ເພາະວ່າມີໜ້າທີ່ໃນການປະມວນຜົນຂໍ້ມູນທີ່ຜູ້ໃຊ້ປ້ອນເຂົ້າທາງອຸປະກອນອີນພຸດ ຕາມຊຸດຄຳສັ່ງ ຫຼື ໂປຣແກຣມ ທີ່ຜູ້ໃຊ້ຕອ້ງການໃຊ້ງານ ໜ່ວຍປະມວນຜົນກາງ ປະກອບສ່ວນປະສຳຄັນ 3 ສ່ວນຄື:
·
ໜ່ວຍຄຳນວນ ແລະ ຕັກກະ (Arithmetic & Logical Unite : ALU)
ໜ່ວຍຄຳນວນ
logic ເຮັດໜ້າທີ່ເໜືອນກັບເຄື່ອງຄຳນວນຢູ່ໃນເຄື່ອງຄອມພິວເຕີໂດຍເຮັດວຽກກ່ຽວຂ້ອງກັບການຄຳນວນທາງຄະນິດສາດ ເຊັ່ນ: ບວກ, ລົບ, ຄູນ, ຫານ ນອກຈາກນີ້ໜ່ວນຄຳນວນ ແລະ logic ຂອງຄອມພິວເຕີຍັງມີຄວາມສາມາດອິກຢ່າງໜື່ງ ທີ່ເຄື່ອງຄຳນວນທຳມະດາບໍ່ມີ ຄືຄວາມສາມາດໃນດ້ານຕັກກະສາດ ໝາຍເຖີງ ຄວາມສາມາດໃນການາປຽບທຽບຕາມເງື່ອນໄຂ ແລະ ກົດເກດທາງຄະນິດສາດ ເພື່ອໃຫ້ໄດ້ຄຳຕອບອອກວ່າເງືອນໄຂ ນັ້ນເປັນຈີງ ຫຼື ຕວະເຊັ່ນ: ປຽບທຽບຫຼາຍກວ່າ ນ້ອຍກວ່າ ເທົ່າກັນ ບໍ່ເທົ່າກັນ ຂອງຈຳນວນ 2 ຈຳນວນ ເປັນຕົ້ນ
ເຊີ່ງການປຽບທຽບນີ້ມັກຈະເລືອກເຮັດວຽກຂອງເຄື່ອງຄອມພິວເຕີ
ຈະເຮັດວຽກຕາມຄຳສັ່ງຂອງໂປຣແກຣມເປັນຄຳສັ່ງຕໍ່ໄປ
·
ໜ່ວຍຄວບຄຸມ (
Control Unit)
ໜ່ວຍຄວບຄຸມເຮັດໜ້າທີ່ຄວບລຳດັບຂັ້ນຕອນການປະມວນຜົນ ແລະ ການເຮັດວຽກຂອງອຸປະກອນຕ່າງໆ ພາຍໃນຫນ່ວຍປະມວນຜົນກາງ ແລະ ລວມໄປເຖິງການປະສານງານໃນການເຮັດວຽກຮ່ວມກັນລະຫວ່າງຫນ່ວຍປະມວນຜົນກາງກັບອຸປະກອນນຳເຂົ້າຂໍ້ມູນອຸປະກອນສະແດງຜົນ
ແລະຫນ່ວຍຄວາມຈຳສຳຮອງນຳ. ເມື່ອຜູ້ໃຊ້ຕ້ອງການປະມວນຜົນ
ຕາມຊຸດຄຳສັ່ງໃດ ຜູ້ໃຊ້ຈະຕ້ອງສົ່ງຂໍ້ມູນ ແລະ ຊຸດຄຳສັ່ງນັ້ນໆ
ເຂົ້າສູ່ລະບົບ ຄອມພິວເຕີເສຍກ່ອນ. ໂດຍຂໍ້ມູນ ແລະ ຊຸດຄຳສັ່ງດັ່ງກ່າວຈະຖືກນຳໄປເກັບໄວ້ໃນຫນ່ວຍຄວາມຈຳຫຼັກກ່ອນ
ຈາກນັ້ນໜ່ວຍ ຄວບຄຸມຈະດຶງຄຳສັ່ງຈາກ ຊຸດຄຳສັ່ງທີ່ມີຢູ່ໃນຫນ່ວຍຄວາມຈຳຫຼັກອອກມາເທື່ອລະຄຳສັ່ງເພື່ອກໍ່ການແປ
ຄວາມຫມາຍວ່າຄຳສັ່ງດັ່ງກ່າວ ສັ່ງໃຫ້ ຮາດ໌ແວຣ໌ສ່ວນໃດ ເຮັດວຽກຫຍັງກັບຂໍ້ມູນຕົວໃດ
ເມື່ອຮູ້ຄວາມຫມາຍຂອງ ຄຳສັ່ງນັ້ນແລ້ວ ຫນ່ວຍຄວບຄຸມກໍຈະສົ່ງສັນຍານ ຄຳສັ່ງໄປຍັງຮາຣ໌ດແວຣ໌ ສ່ວນທີ່ເຮັດຫນ້າທີ່ ໃນການປະມວນຜົນດັ່ງກ່າວ
ໃຫ້ເຮັດຕາມຄຳສັ່ງນັ້ນໆ ເຊັ່ນ ຖ້າຄຳສັ່ງ
ທີ່ເຂົ້າມານັ້ນເປັນຄຳສັ່ງ ກ່ຽວກັບການຄິດໄລ່
ຫນ່ວຍຄວບຄຸມຈະສົ່ງສັນຍານ ຄຳສັ່ງໄປຍັງຫນ່ວຍຄິດໄລ່ ແລະ ຕັກກະໃຫ້ເຮັດວຽກ
ຫນ່ວຍຄິດໄລ່ ແລະຕັກກະ ກໍ່ຈະໄປດຶງຂໍ້ມູນຈາກ
ຫນ່ວຍຄວາມຈຳຫຼັກເຂົ້າມາປະມວນຜົນ ຕາມຄຳສັ່ງ ແລ້ວນຳຜົນລັບທີ່ໄດ້ໄປສະແດງຢູ່ອຸປະກອນສະແດງຜົນ
ຫນ່ວຍຄວບຄຸມຈຶ່ງຈະສົ່ງສັນຍານຄຳສັ່ງໄປຍັງ ອຸປະກອນສະແດງຜົນລັບ
ທີ່ກຳນົດໃຫ້ດຶງຂໍ້ມູນຈາກຫນ່ວຍຄວາມຈຳຫຼັກອອກໄປສະແດງ
ໃຫ້ເຫັນຜົນລັບດັ່ງກ່າວອີກ.
·
ຫນ່ວຍຄວາມຈຳຫຼັກ (Main Memory)
ຄອມພິວເຕີຈະສາມາດເຮັດວຽກໄດ້ເມື່ອມີຂໍ້ມູນ ແລະ ຊຸດຄຳສັ່ງທີ່ໃຊ້ໃນການປະມວນຜົນຢູ່ໃນຫນ່ວຍຄວາມ
ຈຳຫຼັກຮຽບຮ້ອຍແລ້ວເທົ່ານັ້ນ ແລະ ຫຼັງຈາກການປະມວນຜົນຂໍ້ມູນຕາມຊຸດຄຳສັ່ງຮຽບຮ້ອຍແລ້ວ
ຜົນຮັບທີ່ໄດ້ ຈະຖືກນຳໄປເກັບໄວ້ທີ່ຫນ່ວຍຄວາມຈຳຫຼັກ
ແລະ ກ່ອນຈະຖືກນຳອອກໄປສະແດງທີ່ອຸປະກອນສະແດງຜົນ
2.1.
ຮາດດິສ໌
(Hardisk)
ຮາດດິສ໌ (Hardisk) ແມ່ນອຸປະກອນທີ່ໃຊ້ເກັບຂໍ້ມູນ ຫຼື ໂປຣແກຣມທີ່ສຳຄັນທີ່ສຸດໃນລະບົບຄອມພິວເຕີ ຫຼາຍໆຄົນອາດເອີ້ນວ່າ “Fix
Disk” ເນື່ອງຈາກເປັນດິສທີ່ຖຶກຍືດຕິດແນ່ນກັບເຄື່ອງຄອມພິວເຕີໂດຍທົ່ວໄປເຮົາບໍ່ສາມາດເບີ່ງເຫັນດ້ວຍຮາດດີດ ເນື່ອງຈາກຖູກຕັ້ງຢູ່ພາຍໃນ ຖ້າຕ້ອງການເບີ່ງ ຈຳເປັນຈະຕ້ອງເປີດຝາເຄື່ອງອອກຈີ່ງສາມາດເບີ່ງເຫັນ ໄດຂອງຮາສດີດ
ຄວາມຈຸຂອງຮາດດີດ: ເນື່ອງຈາກວ່າຮາດດີດເປັນທີ່ເກັບຂໍ້ມູນຕ່າງໆ ແລະ ໂປຣແກຣມ ດັ່ງນັ້ນຂະ ໜາດຄວາມຈຸຂອງຮາສດີດຈີ່ງເປັນສ່ວນສຳຄັນໃນການເລືອກນຳມາໃຊ້ງານ ແລະ ເນື່ອງຈາກໂປຣແກຣມໃນປັດຈຸບັນບໍ່ວ່າຈະເປັນວິນໂດວ໌ Windows ແລະ ໂປຣແກຣມອື່ນໆ ມັກມີຂະໜາດໃຫ່ຍຂື້ນ ສຳຫຼັບຄວາມຈຸຂອງຮາສດີດ ມີໜ່ວຍເປັນກິກະໄບ (GB: Gigabyte) ເຊັ່ນ:
20 GB, 40 GB, 100 GB 500 GB 1TB
2.1.
ແຣມ RAM
RAM ຫຍໍ້ມາຈາກຄຳວ່າ Random-Access
Memory ເປັນຫນ່ວຍຄວາມຈຳຂອງລະບົບ
ມີຫນ້າທີ່ຮັບຂໍ້ມູນເພື່ອສົ່ງໄປໃຫ້
CPU
ປະມວນຜົນຈະຕ້ອງມີໄຟເຂົ້າ Module ຂອງ RAM ຕະຫລອດເວລາ
ຊຶ່ງຈະເປັນ chip ທີ່ເປັນ IC ຕັວນ້ອຍໆ ຖືກ pack ຢູ່ເທິງແຜງວົງຈອນ ຫລື Circuit
Board ເປັນ module ເທກໂນໂລຢີຂອງຫນ່ວຍຄວາມຈຳມີຫຼັກການທີ່ແຕກແຢກກັນຢ່າງຊັດເຈນ
2
ເທກໂນໂລຢີ ຄືຫນ່ວຍຄວາມຈຳແບບ DDR ຫລື Double Data Rate (DDR-SDRAM, DDR-SGRAM) ຊຶ່ງເປັນເທກໂນໂລຢີທີ່ພັດທະນາຕໍ່ເນື່ອງມາຈາກເທກໂນໂລຢີຂອງຫນ່ວຍຄວາມຈຳແບບ
SDRAM
ແລະ SGRAM ແລະ ອີກອັນໜຶ່ງຄືຫນ່ວຍຄວາມຈຳແບບ Rambus ຊຶ່ງເປັນຫນ່ວຍຄວາມຈຳທີ່ມີແນວຄິດບາງສ່ວນຕ່າງອອກໄປຈາກແບບອື່ນ.
2.1. ກາດຈໍ (Card Monitor)
ມີຫນ້າທີ່ປ່ຽນສັນຍານ Digital ໃຫ້ເປັນສັນຍານພາບ
ໂດຍມີ Chip
ເປັນຕົວຫຼັກໃນການປະມວນການແປງສັນຍານ
ສ່ວນພາບນັ້ນ CPU ເປັນຜູ້ປະມວນຜົນ
ແຕ່ປະຈຸບັນ ເທກໂນໂລຢີການປະມວນຜົນພາບນັ້ນ
VGA
card ເປັນຜູ້ປະມວນຜົນເອງໂດຍ Chip ນັ້ນໄດ້ປ່ຽນເປັນ GPU (Graphic Processing Unit) ຊຶ່ງຈະມີການປະມວນພາບໃນຕົວ Card ເອງເລີຍ ເທກໂນໂລຢີນີ້ເປັນທີ່ແພ່ຫຼາຍ
ເນື່ອງຈາກລາຄາເລີ່ມ ປັບຕັວຕ່ຳລົງມາຈາກເມື່ອກ່ອນທີ່ເທກໂນໂລຢີນີ້ຫາກໍ່ເຂົ້າມາໃໝ່ໆ
ໂດຍ GPU
ຄ້າຍ Nvidia ເປັນຜູ້ລິເລີ່ມການລຸຍຕະຫລາດ.
2.1.
ເພາເວີຊັບພລາຍ (Power
Supply)
ເປັນອຸປະກອນທີ່ມີຄວາມສຳຄັນຫລາຍຕໍ່ອຸປະກອນເກືອບທຸກຕົວໃນລະບົບຄອມພິວເຕີ
ເພາະຖ້າບໍ່ມີແຫຼ່ງຈ່າຍພະລັງງານໃຫ້ອຸປະກອນ ຕ່າງໆ
ກໍຈະບໍ່ສາມາດເຮັດວຽກໄດ້
ທີ່ສຳຄັນໃນຫຼັກປະຕິບັດພື້ນຖານຂອງຊ່າງຄອມພິວເຕີ, ຊ່າງຊ່ອມອຸປະກອນໄຟຟ້າ ແລະ ອິເລັກໂຕຣນິກສ່ວນໃຫຍ່ຈະເລີ່ມຕົ້ນກວດສອບທີ່ພາກຈ່າຍໄຟ ຫລື ພາວເວີຣ໌ຊັບພລາຍນີ້ກ່ອນເປັນອັນດັບແລກ
ກ່ອນທີ່ຈະໄປກວດເຊັດໃນສ່ວນອື່ນໆ ຕໍ່ໄປ
ປະເພດຂອງ Power Supply ແບ່ງອອກເປັນ 2 ປຣະເພດໃຫຍ່ຄື:
1. AT
ເປັນພາວເວີຣ໌ທີ່ນິຍົມໃຊ້ກັນໃນປະມານ
4-5 ປີກ່ອນ
(ພ.ສ. 2539)
ໂດຍປຸ່ມເປີດ - ປິດ
ການເຮັດວຽກງານເປັນການຕໍ່ກົງກັບແຫຼ່ງຈ່າຍໄຟ
ເຮັດໃຫ້ເກີດບັນຫາກັບອຸປະກອນບາງຕັວ ເຊັ່ນ ຮາດດິດສ໌ ຫລື ຊີພີຢູ
ທີ່ຕ້ອງອາໄສໄຟໃນຊົ່ວຂະນະໜຶ່ງ ກ່ອນທີ່ຈະເປີດເຄື່ອງ (ວິທີເບິ່ງງ່າຍໆ
ມີສວິດ ປິດ-ເປີດ
ຈາກພາວເວີຣ໌ຊັບພລາຍຕິດມາພ້ອມ
2. ATX
ເປັນພາວເວີຣ໌ທີ່ນິຍົມໃຊ້ໃນປະຈຸບັນ
ໂດຍມີການພັດທະນາຈາກ AT ໂດຍປ່ຽນປຸ່ມ
ປິດ-ເປີດ ຕໍ່ກົງກັບສ່ວນເມນບອດກ່ອນ ເພື່ອໃຫ້ຍັງຄົງ ມີກະແສໄຟຫຼໍ່ລ້ຽງອຸປະກອນກ່ອນທີ່ຈະປິດເຄື່ອງ
ເຮັດໃຫ້ລຸດອັດຕາເສຍຂອງອຸປະກອນລົງ ໂດຍມີລຸ້ນຕ່າງໆ ດັ່ງນີ້
• ATX 2.01 ແບບ PS/2 ໃຊ້ກັບຄອມພິວເຕີທົ່ວໆໄປທີ່ໃຊ້ທັງແບບ
ATX
ສາມາດໃຊ້ໄດ້ກັບເມນບອດແບບ ATX ແລະ Micro ATX
• ATX 2.03 ແບບ PS/2 ໃຊ້ກັບຄອມພິວເຕີແບບ
Server
ຫລື Workstation ທີ່ໃຊ້ທັງແບບ ATX (ສັງເກດວ່າຈະມີສາຍໄຟເພີ່ມອີກໜຶ່ງເສັ້ນ
ທີ່ຮຽກວ່າ AUX connector)
• ATX 2.01 ແບບ PS/3 ໃຊ້ກັບຄອມພິວເຕີທີ່ໃຊ້ທັງຕົວແບບ Micro ATX
ແລະ ເມນບອດແບບ Micro ATX
ເທົ່ານັ້ນ.
2.1. ກາດສຽງ
( Sound Card )
ກາດສຽງ ຫລື ຊາວດ໌ກາດ (sound
card) ຄືອຸປະກອນຄອມພິວເຕີທີ່ເຮັດຫນ້າທີ່ແປລງຂໍ້ມູນດິຈິທັນທີ່ເກັບລາຍລະອຽດກ່ຽວກັບສຽງຕ່າງໆ
ແປງເປັນສັນຍານສຽງໃນຮູບແບບສັນຍານະທາງໄຟຟ້າ
ຫນ້າທີ່ຫຼັກໆ ຂອງ Sound Card ກໍຄື
- ຫລິ້ນສຽງທີ່ໄດ້ບັນທຶກໄວ້ແລ້ວ ທັງຈາກແຜ່ນ CD Audio ຫລືຈາກແຟ້ມຂໍ້ມູນ ເຊັ່ນພວກ WAV ຫລື MP3 ຫລື ຈາກ format
ສະເພາະທີ່ຜູ້ພັດທະນາສ້າງຂຶ້ນມາເອງ
ເພື່ອໃຊ້ໃນເກມສ໌ ເປັນຕົ້ນ
- ບັນທຶກສຽງຈາກແຫຼ່ງບັນທຶກສຽງຕ່າງໆ
ລົງສູ່ແຟ້ມຂໍ້ມູນໃນເຄື່ອງຄອມພິວເຕີ
- ສັງເຄາະສຽງລຽນແບບທຳມະຊາດ ຫລື ສຽງເຄື່ອງດົນຕີ
- ຕໍ່ພ່ວງກັບອຸປະກອນແບບ MIDI ເຊັ່ນ Keyboard ຫລື Electone
ເພື່ອຫລິ້ນຫລືບັນທຶກສຽງແບບ MIDI
ຫນ້າທີ່ຫຼັກຂອງ
DAC
( Digital-to-Analog Converter ) ແລະ ADC
( Analog-to-Digital Converter ) ຈະກ່ຽວຂ້ອງກັບ ການຮັບ
ຫລື ສົ່ງສັນຍານ ເຂົ້າ ແລະ ອອກ ຈາກ Sound
Card ໃນຂະນະທີ່ຫນ້າທີ່ໃນການປະມວນຜົນຂໍ້ມູນດ້ານສຽງເກືອບທັງໝົດນັ້ນ ຈະຕົກຢູ່ກັບ
Chip
DSP ( Digital Signal Processor ) ຊຶ່ງຈະຮັບຫນ້າທີ່ເປັນສະໝອງຫຼັກຂອງ
Sound
Card ໃນການປະມວນຜົນດ້ານສຽງເໝືອນໆ ກັບທີ່ CPU ເຮັດຫນ້າທີ່ເປັນມັນສະຫມອງຫຼັກໃນການປະມວນຜົນຂອງຄອມພິວເຕີ
ດັ່ງນັ້ນ ເມື່ອມີ Chip DSP ມາຊ່ວຍງານໃນດ້ານນີ້ແລ້ວ
CPU
ຫຼັກຂອງລະບົບ ກໍຈະໄດ້ໄປປະມວນຜົນດ້ານອື່ນແທນ
ເຮັດໃຫ້ບໍ່ເກີດອາການກະຕຸກຂອງສຽງ ເພາະ CPU ຕ້ອງຮັບຫນ້າທີ່ທັງເຮັດວຽກຫຼັກ
ແລ້ວຢັງຕ້ອງມາປະມວນຜົນດ້ານສຽງ ຫລື ດ້ານອື່ນໆ
2.1.
ເຄສຄອມພິວເຕີ (Case Computer)
ເຄດ ຄື ໂຄງເຫຼັກສຳລັບປະກອບອຸປະກອນຕ່າງ
ໆ ຂອງຄອມພິວເຕີໄວ້ພາຍໃນ ການເອີ້ນຊື່ ແລະ ຂະໜາດ
ຂອງເຄດຈະແຕກຕ່າງກັນອອກໄປ ຊຶ່ງໃນປະຈຸບັນມີຫຼາຍແບບທີ່ນິຍົມກັນ
ແລ້ວແຕ່ຜູ້ຊື້ຈະເລືອກຊື້ຕາມຄວາມເໝາະສົມ ຂອງງານ ແລະ ສະຖານທີ່ນັ້ນ
2.1. ຈໍພາບ Monitor
ເປັນອຸປະກອນສະແດງຜົນທີ່ມີຄວາມສຳຄັນຫລາຍທີ່ສຸດ
ເພາະຈະຕິດຕໍ່ໂດຍກົງກັບຜູ້ໃຊ້
ຊະນິດຂອງຈໍພາບທີ່ໃຊ້ໃນເຄື່ອງພີຊີໂດຍທົ່ວໄປຈະແບ່ງໄດ້ເປັນ
2
ຊະນິດ:
·
ຈໍຊີອາຣ໌ທີ (CRT :
Cathode Ray Tube)
ໂດຍສ່ວນຫລາຍຈະພົບໃນຄອມພິວເຕີຕັ້ງໂຕະ ຊຶ່ງລັກສະນະ
ຈໍພາບຊະນິດນີ້ຈະຄ້າຍໂທຣທັດນ໌ ຊຶ່ງຈະໃຊ້ຫຼອດສຸນຍາກາດ
ການເຮັດວຽກງານຂອງຈໍປະເພດນີ້ຈະເຮັດວຽກໂດຍ
ອາໄສຫຼອດພາບ ທີ່ສ້າງພາບໂດຍການຍິງລຳແສງອິນ້ອຍຕົນເອງໄປຢັງທີ່ຜິວໜ້າຈໍ
ທີ່ມີສານພວກສານປະກອບຂອງຟອດຟໍຣັດ
ສາບຢູ່ທີ່ຜິວ
ຊຶ່ງຈະເກີດພາບຂຶ້ນມາເມື່ອສານເຫຼົ່ານີ້ເກີດການເຮືອງແສງຂຶ້ນມາ
ເມື່ອມີອິເລັກໂຕຣກະທົບ ຊຶ່ງໃນຊ່ວຍຈໍແບບ Shadow
Mask ນັ້ນ ຈະມີການນຳໂລຫະທີ່ມີຮູນ້ອຍໆ
ມາໃຊ້ໃນການກຳນົດໃຫ້ແສງອິເລັກໂຕຣ ນັ້ນຍິງມາໄດ້ຖືກຕ້ອງ
ແລະ ແມ່ນຢຳ
ຊຶ່ງໄລຍະຫ່າງລະຫວ່າງຮູນີ້ເຮົາເອີ້ນກັນວ່າ Dot Pitch
ຊຶ່ງໃນຮູນີ້ຈະມີສານປະກອບຂອງຟອດຟໍຣັດວາງຮຽງກັນຢູ່ເປັນ
3
ຈຸດ 3 ມຸມ ໂດຍແຕ່ລະຈຸດຈະເປັນສີຂອງແມ່ສີນັ້ນກໍຄື
ສີແດງ ສີຂຽວ ແລະ ສີນ້ຳເງີນ ຊຶ່ງແຕ່ລະຈຸດນີ້ເຮົາເອີ້ນວ່າ Triad ໃນສ່ວນຂອງຈໍແບບ Trinitron ນັ້ນຈະມີການເຮັດວຽກເໜືອນກັນແຕ່ຕ່າງກັນທີ່ບໍ່ໄດ້ໃຊ້ໂລຫະເປັນຮູ ແຕ່ໃສ່ເປັນເສັ້ນນ້ອຍໆ
ໄປຕາມແນວຕັ້ງ ເພື່ອຈະໃຊ້ອິເລັກຕອນນັນກະທົບກັບຜິວຈໍທີ່ປະກອບດ້ວຍຟໍສະຟັສໄດ້ຫຼາຍຂື້ນ.
·
ຈໍແອນຊີດີ (LCD :
Liquid Crystal Display)
ຊຶ່ງມີ ລັກສະນະແບບຮຽບ
ຈະມີ ຂະໜາດນ້ອຍ ແລະ ບາງ ເມື່ອປຽບທຽບກັບຈໍພາບແບບຊີອາທີ
ການເຮັດວຽກນັ້ນຈະບໍ່ຄືກັບຈໍແບບ CRT ແມ່ນແຕ່ນ້ອຍ
ຊຶ່ງການສະແດງພາບນັ້ນຈະຊັບຊ້ອນກວ່າຫລາຍ ການເຮັດວຽກງານນັ້ນອາໄສຫຼັກຂອງການໃຊ້ຄວາມຮ້ອນທີ່ໄດ້ຈາກຂົດລວດ
ມາກໍ່ການປ່ຽນ ແລະ ບັງຄັບໃຫ້ຜລຶກແຫລວສະແດງສີຕ່າງໆ
ອອກມາຕາມທີ່ຕ້ອງການຊຶ່ງການສະແດງສີນັ້ນຈະເປັນໄປຕາມທີ່ກຳນົດ
ໄວ້ຕາມມາດຕະຖານຂອງແຕ່ລະ ບໍລິສັດ ຈຶ່ງເຮັດໃຫ້ຈໍແບບ LCD ມີຂະໜາດທີ່ບາງກວ່າ CRT ຢູ່ຫລາຍ ອີກທັງຍັງກິນໄຟນ້ອຍກວ່າ
ຈຶ່ງເຮັດໃຫ້ຜູ້ຜະລິດນຳໄປໃຊ້ງານກັບ ເຄື່ອງຄອມພິວເຕີແບບເຄື່ອນທີ່ໂນ້ດບຸ໊ກ ແລະ ໂນດບຸກ
ຊຶ່ງເຮັດໃຫ້ເຄື່ອງມີຂະໜາດທີ່ບາງ ແລະ ນ້ອຍສາມາດພົກພາໄປໄດ້ສະດວກ
ໃນສ່ວນຂອງການໃຊ້ງານກັບເຄື່ອງເດດກ໌ທັອບທົ່ວໄປ
ກໍ່ມີຊຶ່ງຈໍແບບ LCD ນີ້ຈະມີລາຄາທີ່ແພງກວ່າຈໍທົ່ວໄປຢູ່ປະມານ 2 ເທົ່າຂອງ ລາຄາໃນປະຈຸບັນ.
2.1.
CD-ROM / CD-RW / DVD / DVD-RW
ເປັນໄດຣຟ໌ສຳລັບອ່ານຂໍ້ມູນຈາກແຜ່ນຊີດີ
ຫລື ດີວີດີ ຖ້າຫາກຕ້ອງການບັນທຶກຂໍ້ມູນລົງເທິງແຜ່ນຈະຕ້ອງໃຊ້ໄດຣຟ໌ທີ່ສາມາດຂຽນແຜ່ນໄດ້ຄື
CD-RW ຫລື DVD-RW ໂດຍຄວາມໄວຂອງ
ຊີດີຈະເອີ້ນເປັນ X ເຊັ່ນ 16X , 32X ຫລື 52X ໂດຍຈະມີ Interface ດຽວກັບ Harddisk.
ການເຮັດວຽກງານຂອງ
CD-ROM ພາຍໃນຊີດີໂຣມຈະແບ່ງເປັນແທັກ ແລະ ເຊັກເຕີຣ໌ຄືກັບແຜ່ນດິດ
ແຕ່ເຊັກເຕີຣ໌ໃນຊີດີຈະມີຂະໜາດເທົ່າກັນ ທຸກເຊັກເຕີຣ໌
ເຮັດໃຫ້ສາມາດເກັບຂໍ້ມູນໄດ້ຫລາຍຂຶ້ນ
ເມື່ອໄດຣຟ໌ຊີດີເລີ່ມເຮັດວຽກມໍເຕີຣ໌ຈະເລີ່ມໝຸນດ້ວຍຄວາມໄວ
ຫຼາຍຄ່າ ທັງນີ້ເພື່ອໃຫ້ອັດຕາໄວໃນການອ່ານຂໍ້ມູນຈາກຊີດີຄົງທີ່ສະໜ່ຳສະເໝີທຸກເຊັກເຕີຣ໌
ບໍ່ວ່າຈະເປັນເຊັກເຕີຣ໌ ທີ່ຢູ່ອ້ອມນອກກໍ່ຄືວົງໃນກໍຕາມ ຈາກນັ້ນແສງເລເຊີຣ໌ຈະສາຍລົງຊີດີໂຣມ ໂດຍລຳແສງຈະຖືກໂຟກັດດ້ວຍເລນສ໌ທີ່ເຄື່ອນຕຳແໜ່ງໄດ້ ໂດຍການເຮັດວຽກງານຂອງຂົດລວດ
ລຳແສງເລເຊີຣ໌ຈະທະລຸຜ່ານໄປທີ່ຊີດີໂຣມແລ້ວຖືກສະທ້ອນກັບ
ທີ່ຜິວໜ້າຂອງຊີດີໂຣມຈະເປັນຫຼຸມ
ສ່ວນທີ່ເປັນຫຼຸມລົງໄປເອີ້ນ "ແລນດ໌" ສຳລັບບໍລິເວນທີ່ບໍ່ມີການເຈາະເລິກລົງໄປເອີ້ນ "ພິດ"
ຜິວສອງຮູບແບບນີ້ເຮົາໃຊ້ແທນການເກັບຂໍ້ມູນໃນຮູບແບບຂອງ 1 ແລະ 0 ແສງເມື່ອຖືກພິດຈະກະຈາຍໄປບໍ່ສະທ້ອນກັບ
ແຕ່ເມື່ອແສງຖືກເລນສ໌ຈະສະທ້ອນກບຜ່ານແທ່ງປຣິຊຶມ
ຈາກນັ້ນຫັກເຫຜ່ານແທ່ງປຣິຊຶມໄປຢັງຕົວກວດຈັບແສງອີກເທື່ອໜື່ງ
ທຸກໆ ຊ່ວງຂອງລຳແສງທີ່ກະທົບຕົວກວດຈັບແສງຈະກຳເນີດແຮງດັນໄຟຟ້າ ຫລື
ເກີດ 1 ແລະ 0 ທີ່ເຮັດໃຫ້ຄອມພິວເຕີສາມາດເຂົ້າໃຈໄດ້ ສ່ວນການບັນທຶກຂໍ້ມູນລົງແຜ່ນຊີດີໂຣມນັ້ນຕ້ອງໃຊ້ແສງເລເຊີຣ໌ເຊັ່ນກັນ
ໂດຍມີລຳແສງເລເຊີຣ໌ຈາກຫົວບັນທຶກຂອງເຄື່ອງ
ບັນທຶກຂໍ້ມູນສ່ອງໄປກະທົບພື້ນຜິວໜ້າຂອງແຜ່ນ
ຖ້າສ່ອງໄປກະທົບບໍລິເວນໃດຈະເຮັດໃຫ້ບໍລິເວນນັ້ນເປັນຫຼຸມຂະໜາດນ້ອຍ ບໍລິເວນທີບໍ່ຖືກບັນທຶກຈະມີລັກສະນະເປັນພື້ນລຽບສະລັບກັນໄປເລື້ອຍໆໝົດທັງແຜ່ນ.
2.1.
ຟລັອບປີ້ດິດ
(Floppy
Disk)
ເປັນອຸປະກອນທີ່ກຳເນີດມາກ່ອນຍຸກຂອງພີຊີ
ໂດຍເລີ່ມຈາກທີ່ມີຂະໜາດ
8 ນິ້ວ ກາຍມາເປັນ
5.25 ນິ້ວ
ຈົນມາເຖິງປະຈຸບັນຊຶ່ງຢູ່ທີ່ 3.5 ນິ້ວ ໃນສ່ວນຂອງຄວາມຈຸເລີ່ມຕົ້ນຕັ້ງແຕ່ບໍ່ຈັກຮ້ອຍກິໂລໄບຕ໌ມາເປັນ
1.44 ເມກະໄບຕ໌
ແລະ 2.88 ເມກະໄບຕ໌
ຕາມລຳດັບ
ໃນປະຈຸບັນການໃຊ້ງານຟລັອບປີ້ດິດກ໌ນັ້ນນ້ອຍລົງໄປຫລາຍເພຣາະ
ເນື່ອງຈາກຈຸຂໍ້ມູນໄດ້ນ້ອຍຊຶ່ງບໍ່ພຽງພໍກັບຄວາມຕ້ອງການ
ແຕ່ຟລັອບປີ້ດິດກ໌ກໍຢັງຄົງເປັນມາດຕະຖານໜຶ່ງທີ່ເຄື່ອງຄອມພິວເຕີທຸກເຄື່ອງຕ້ອງມີ
ການພັດທະນາຟລັອບປີ້ດິດກ໌ກໍບໍ່ໄດ້ຍັບຍັ້ງໄປເສຍທີດຽວ
ຍັງມີການພັດທະນາເທກໂນໂລຢີໃໝ່ທີ່ໃຊ້ລະບົບ Optical ເຮັດໃຫ້ສາມາດຂະຫຍາຍຄວາມຈຸໄປໄດ້ເຖິງ
120 ເມກະໄບຕ໌ຕໍ່ແຜ່ນ
2.1.
ເມົາສ໌ (Mouse)
ອຸປະກອນຮັບຂໍ້ມູນທີ່ນິຍົມຮອງຈາກຄີບອດ
ເມົາສ໌ຈະຊ່ວຍໃນການບົ່ງຊີ້ຕຳແໜ່ງວ່າຂະນະນີ້ກຳລັງຢູ່ ຈຸດໃດເທິງຈໍພາບ
ຮຽກວ່າ "ຕົວຊີ້ຕຳແໜ່ງ (Pointer)" ຊຶ່ງອາໄສການເລື່ອນເມົາສ໌
ແທນການກົດປຸ່ມບັງຄັບທິດທາງເທິງຄີບອດ.
2.1.
ຄີບອດ (Keyboard)
ເປັນອຸປະກອນໃນການຮັບຂໍ້ມູນທີ່ສຳຄັນທີ່ສຸດ
ມີລັກສະນະຄ້າຍແປ້ນພິມ ຂອງເຄື່ອງພິມດີດ ມີຈຳນວນແປ້ນ 84 - 105 ແປ້ນ ຂຶ້ນຢູ່ກັບແປ້ນທີ່ເປັນ
ກຸ່ມຕົວເລກ (Numeric keypad) ກຸ່ມຟັງຊັນ (Function keys) ກຸ່ມແປ້ນພິເສດ (Special-purpose keys) ກຸ່ມແປ້ນຕັວອັກສອນ (Typewriter keys) ຫລື ກລຸ່ມແປ້ນຄວບຄຸມອື່ນ ໆ (Control keys) ຊຶ່ງການສັ່ງງານຄອມພິວເຕີ ແລະ ການເຮັດວຽກງານຫຼາຍໆ
ຢ່າງຈຳເປັນຕ້ອງໃຊ້ແປ້ນພິມເປັນຫຼັກ.
ພາກທີ III:
ວິທີປະກອບຄອມພິວເຕີເບື້ອງຕົ້ນດ້ວຍຕົນເອງ
3.1. ຂັ້ນຕອນການປະກອບເຄື່ອງຄອມພິວເຕີ
ການປະກອບເຄື່ອງຄອມພິວເຕີດ້ວຍຕົນເອງປະຈຸບັນບໍ່ແມ່ນເລື່ອງຍາກອີກຕໍ່ໄປຊຶ່ງເຮົາສາມາດຫັດປະກອບດ້ວຍຕົນເອງໄດ້
ໂດຍມີຂັ້ນຕອນ ດັ່ງນີ້:
1. ຂັ້ນແລກໃຫ້ຕຽມອຸປະກອນທີ່ຈຳເປັນສຳລັບການປະກອບເຄື່ອງຄອມພິວເຕີ ເຊັ່ນ: ໄຂຄວງສີ່ແສກ ກລ່ອງສຳລັບໃສ່ນັອດ ຄູ່ມືເມນບອດ
ຄີມ.
2. ເລີ່ມຈາກການຕິດຕັ້ງຊີພີຢູກ່ອນ
ໂດຍງ້າງຂາລັອກຂອງຊັອກເກັດຂຶ້ນມາຈາກນັ້ນນຳຊີພີຢູມາໃສ່ລົງໄປໃນຊັອກເກັດໂດຍໃຫ້ວາງຕຳແໜ່ງຂາທີ່
1 ຂອງຊີພີຢູ ແລະ ຊັອກເກັດໃຫ້ກົງກັນ
ໂດຍສັງເກດວ່າທີ່ຂາທີ່
ຂອງຊີພີຢູຈະເຮັດເຄື່ອງໝາຍເປັນຈຸດນ້ອຍໄວ້ທີ່ມຸມດ້ານເທິງຂອງຊີພີຢູ
3. ເມື່ອວາງຊີພີຢູກົງລັອກກັບຊັອກເກັດແລ້ວ
ຈາກນັ້ນໃຫ້ກົດຂາລັອກລົງໄປໄວຄືເກົ່າ
ແລ້ວນຳຊິລິໂຄນມາທາກົງບໍລິເວນຄໍຣ໌ (ແກນ) ຂອງຊີພີຢູ ແລະ ບໍ່ຄວນທາຊິລິໂຄນໃຫ້ໜາ ຫາກເຫັນວ່າໜາເກີນໄປໃຫ້ໃຊ້ກະດາດ
ຫລື ແຜ່ນພລາສະຕິກມາເຊັດອອກ.
4. ຕິດຕັ້ງຮີດຊິງຄ໌ ແລະ ພັດລົມລົງໄປເທິງຄໍຣ໌ຂອງຊີພີຢູ
ຕິດລັອກໃຫ້ຮຽບຮ້ອຍໃນຂັ້ນຕອນນີ້ມີຈຸດທີ່ຕ້ອງລະວັງຢູ່ 2 ຈຸດຄື
ການຕິດຕັ້ງຮີດຊິງຄ໌ຂອງພັດລົມຈະຕ້ອງແນບສະນິດກັບຄໍຣ໌ຂອງຊີພີຢູ
ຢ່າພະຍາຍາມກົດແຮງໄປ ບາງທີກຄໍອຣ໌ຂອງຊີພີຢູອາດວີ່ນໄດ້ ສ່ວນຂາສົບີງທີ່ຢຶດພັດລົມບາງທີມັນແຂງເກີນໄປ
ບາງຄົນໃຊ້ໄຂຄວງພະຍາຍາມກົດຂາດສະປຣິງໃຫ້ເຂົ້າລັອກ ຊຶ່ງອາດເຮັດໃຫ້ພາດໄປຂູດເອົາລາຍປຣິ້ນເທິງເມນບອດຂາດເຮັດໃຫ້ເມນບອດອາດເສຍຫາຍໄດ້
5. ສຽບສາຍໄຟຂອງພັດລົມເຂົ້າກັບຂົ້ວ
CPU FAN ໂດຍເບິ່ງຈາກຄູ່ມືເມນບອດ
6.
ນຳແຣມມາສຽບເຂົ້າກັບຊັອກເກັດແຣມໂດຍໃຫ້ກົງກັບຮ່ອງຂອງຊັອກເກັດ
ຈາກນັ້ນຈຶ່ງກົດລົງໄປຈົນດ້ານລັອກທັງ 2 ດ້ານດີດຂຶ້ນມາ
(ບາງເມນບອດຕົວລັອກທັງສອງດ້ານອາດບໍ່ຈຳເປັນຕ້ອງດີດຂຶ້ນມາກໍໄດ້ໃຫ້ເບິ່ງວ່າເຂົ້າລັອກກັນກໍພໍ)
7. ຂັນແທ່ນຮອງນັອດເຂົ້າກັບເຄດ
8. ນຳເມນບອດທີ່ໄດ້ຕິດຕັ້ງຊີພີຢູ
ແລະ ແຣມວາງລົງໄປເທິງເຄດ ຈາກນັ້ນຫັນນັອດຢຶດເມນບອດເຂົ້າກັບຕັວເຄດໃຫ້ຄົບທຸກຕົວ
9. ສຽບກາຣົ໌ດສະແດງຜລົນງໄປໃນສລັອດ
AGP ສຳເລັດແລ້ວຂັນນັອດຢຶດຕິດກັບເຄດ
10. ສຽບກາດສຽງລົງໄປໃນສະລອດ
PCI ສຳເລັດແລ້ວ
ຫັນນັອດຢຶດຕິດກັບເຄດ
11. ສຽບສາຍເພົາເວີຣ໌ຊັບພລາຍເຂົ້າກັບຂົ້ວຕໍ່ເມນບອດ
ໂດຍຄວນສຽບໃຫ້ປລັ໊ກຂອງສາຍເພົາເວີຣ໌ຊັບພລາຍຕົງລັອກກັບຂົ້ວຕໍ່ນເມນບອດ
12. ສອດໄດຣຟ໌ຊີດີໂຣມເຂົ້າກັບຊ່ອງວ່າງໜ້າເຄດ
ແລ້ວຫັນນັອດຢຶດກັບຕັວເຄດໃຫ້ແໜ້ນ
13. ສຽບສາຍ
IDE ເຂົ້າກັບໄດຣຟ໌ຊີດີໂຣມໂດຍໃຫ້ແຖບສີແດງກົງກັບຂາທີ່
1 ຫລື
ດ້ານທີ່ຕິດກັບຂົ້ວສາຍໄຟ ຈາກນັ້ນຈຶ່ງສຽບສາຍໄຟ ແລະ ສາຍສັນຍານສຽງເຂົ້າໄປດ້ວຍ.
'
14. ສຽບສາຍ
IDE ອີກດ້ານເຂົ້າກັບຂັ້ວຕໍ່
Secondary IDE ເທິງເມນບໍຣົ໌ດໂດຍແຖບສີແດງກົງກັບຂາທີ່
1 ຂອງຂັ້ວຕໍ່ດ້ວຍ
15. ສອດຮາດດິດເຂົ້າກັບຊ່ອງຕິດຕັ້ງ
ແລ້ວຫັນນັອດຢຶດກັບຕັວເຄດໃຫ້ແໜ້ນ
16. ສຽບສາຍ IDE ເຂົ້າກັບຮາດດິດໂດຍໃຫ້ແຖບສີແດງກົງກັບຂາທີ່ 1 ຫລື
ດ້ານທີ່ຕິດກັບຂົ້ວສາຍໄຟ ຈາກນັ້ນຈຶ່ງສຽບສາຍໄຟເຂົ້າໄປ.
17.
ສຽບສາຍ IDE ອີກດ້ານເຂົ້າກັບຂົ້ວຕໍ່
Primary IDE ເທິງເມນບອດ
ໂດຍແຖບສີແດງກົງກັບຂາທີ່ 1
ຂອງຂົ້ວຕໍ່ນຳ
18. ສອດໄດຣຟລອບປີ້ດິດເຂົ້າໄປໃນຊ່ອງຕິດຕັ້ງ
ແລ້ວຫັນນັອດຢຶດກັບຕັວເຄດໃຫ້ແໜ້ນ
19. ສຽບສາຍໄຟເຂົ້າກັບຂົ້ວຕໍ່ສາຍໄຟຂອງຟລອບປີ້ດິດ
ໃຫ້ສັງເກດສາຍໄຟຂອງຟລອບປີ້ດິດຈະມີຫົວຂະໜາດນ້ອຍກວ່າສາຍໄຟຂອງຊີດີໂຣມ
ແລະຮາດດິດ.
20. ສຽບສາຍແພຂະໜາດ 34 ເສັ້ນ (ເສັ້ນນ້ອຍກວ່າສາຍແພຂອງຮາດດິດ ແລະ ຊີດີ)
ໃຫ້ດ້ານທີ່ມີການໄຂວ້ສາຍເຂົ້າກັບຂົ້ວຕໍ່ໄດຣຟລອບປີ້ດິດ
ໂດຍແຖບສີແດງຂອງສາຍແພຕ້ອງກົງກັບຂາທີ່ 1 ຂອງຂົ້ວຕໍ່ດ້ວຍ
ຫາກໃສ່ຜິດດ້ານໄຟຂອງໄດຣຟ໌ຟລັອບປີ້ດິດກ໌ຈະຕິດຕະຫລອດ
ວິທີແກ້ໄຂຄືໃຫ້ຫັນສາຍແພກລັບດ້ານເພຣາະໄດຣຟ໌ຟລັອບປີ້ດິດກ໌ບາງຢີ່ຫໍ້ອາດຕ້ອງໃສ່ສລັບດ້ານກັນ
21. ສຽບສາຍແພອີກດ້ານເຂົ້າກັບຂົ້ວຕໍ່ຟລອບປີ້ດິດກັບນເມນບອດໂດຍໃຫ້ສາຍສີແດງກົງກັບຂາທີ່
1 ຫລື
pin1 ຂອງຂົ້ວຕໍ່ດ້ວຍ
22. ສຽບສາຍສັນຍານຕ່າງໆ
ຈາກເຄດ ເຊັ່ນ: ສະວິດເປີດປິດເຄື່ອງ
ໄຟບອກສະຖານະເປີດເຄື່ອງ ໄຟບອກສຖານະຮາດດິດກ ປຸ່ມ Reset ລຳໂພງ
ລົງເທິງເມນບອດຄວນເບິ່ງຄູ່ມືເມນບອດປະກອບດ້ວຍ ໂດຍຕ້ອງສຽບຂົ້ວໃຫ້ຖືກຫາກຜິດຂົ້ວ
ຄອມພິວເຕີຈະບໍ່ຕິດ ຫລື ມີໄຟຄ້າງຕະຫລອດເວລາ
ວິທີແກ້ໄຂຄືໃຫ້ເຮົາລອງສລັບຂັ້ວແລະເປີດເຄື່ອງຂຶ້ນມາໃໝ່
23. ເມື່ອສຳເລັດຮຽບຮ້ອຍແລ້ວໃຫ້ເຮົາລອງສຳລວດເບິ່ງວ່າມີນັອດ
ຫລື ອຸປະກອນອື່ນໆ ຕົກຄ້າງຢູ່ເທິງເມນບອດຫລືບໍ່ ເພາະອາດເຮັດໃຫ້ເກີດກະແສໄຟລັດວົງຈອນຈົນເກີດຄວາມເສຍຫາຍຕໍ່ເມນບອດ
ແລະອຸປະກອນຕ່າງໆ ເທິງເມນບໍຣົ໌ດໄດ້
ນອກຈາກນີ້ຄວນກວດສອບການຕິດຕັ້ງທັງໝົດວ່າຮຽບຮ້ອຍດີແລ້ວ ເຊັ່ນ
ກາຣົ໌ດຕ່າງໆ ຫລືສາຍສັນຍານະສຽບແໜ້ນໜາດີຫລືຢັງ ໂດຍສະເພາະຮີດຊິງຄ໌ແລະພັດລົມຕ້ອງແນບສະນິດກັບຊີພີຢູ
ພຣ້ອມທັງລັອກຕິດກັນຢ່າງແໜ້ນໜາ
24. ເມື່ອຮຽບຮ້ອຍດີແລ້ວປິດຝາເຄດ ແລະ ຫັນນັອດໃຫ້ຮຽບຮ້ອຍ
ກໍເປັນອັນສຳເລັດສິ້ນຂັ້ນຕອນການປະກອບເຄື່ອງຢ່າງຖືກຕ້ອງແລະສົມບູນແບບແລ້ວ
ພາກທີ IV:
ການຕິດຕັ້ງ ວິນໂດວ໌ Windows, Driver ແລະ ໂປຣແກຣມ Program.
4.1. ຂັ້ນຕອນການຕິດຕັ້ງ ວິນໂດວ໌ Windows
·
ສິ່ງຕ້ອງມີກ່ອນເລີ່ມຕິດຕັ້ງ
- ແຜ່ນ DVD Windows 7 ຫລື USB Flash drive ທີ່ຜ່ານການເຮັດໃຫ້ລົງ Windows 7 ຜ່ານ usb ໄວ້ແລ້ວ
- ໄດຣ໌ເວີຣ໌
(Driver) ຂອງຄອມພິວເຕີທີ່ຕ້ອງການລົງ Windows 7
ເມື່ອທຸກຢ່າງພ້ອມແລ້ວກໍມາເລີ່ມລົງ Windows 7
ກັນໄດ້ເລີຍ ໂດຍເລີ່ມຈາກ
1. ໃສ່ແຜ່ນ DVD Windows 7 ຫລື USB Flash drive ທີ່ຄອມພິວເຕີທີ່ຕ້ອງລົງ
2. ສັ່ງ Restart ຄອມພິວເຕີ ຫຼັງຈາກນັ້ນໃຫ້ກົດປຸ່ມ F2, F12 Boot menu ທີ່ສະແດງໜ້າ logo ຂອງຄອມພິວເຕີນັ້ນໆ
3. ຈາກນັ້ນເລືອກ boot ຕາມອຸປະກອນທີ່ເລືອກໃຊ້ຕາມຂໍ້ 1.
4. ຈາກນັ້ນຄອມພິວເຕີຈະເລີ່ມ Loading
Windows 7 ແລະ ຈະເຂົ້າສູ່ໜ້າ Install
Windows ໃຫ້ກໍ່ການຕັ້ງຄ່າ
·
Language to install: English
·
Time and currency format: Thai (Thailand)
·
Keyboard or input method: US
·
ຈາກນັ້ນຄລິກທີ່ປຸ່ມ
Next
5. ຄລິກທີ່ປຸ່ມ Install now
6. ຢິນຍອມເລື່ອງລິຄະສິດ
Windows
ໂດຍເຮັດເຄື່ອງຖືກທີ່ຊ່ອງ I
accept the license terms ແລ້ວຄລິກ Next
7. ຄລິກທີ່ແທັບ Custom
(advanced)
ແລ້ວຈະມາເຖິງຂັ້ນຕອນການເລືອກວ່າຈະລົງ Windows ທີ່ Disk ລູກໃດ
ໂດຍບົດຄວາມນີ້ຈະແບ່ງເປັນ 2 ແບບຄື
-
ຄອມພິວເຕີທີ່ເຄີຍຕິດຕັ້ງ
Windows
ມາແລ້ວ
-
ຄອມພິວເຕີທີ່ຢັງບໍ່ເຄີຍຕິດຕັ້ງ
Windows
ມາກ່ອນ
8. ຄອມພິວເຕີທີ່ເຄີຍຕິດຕັ້ງ Windows ມາແລ້ວ ຈະເຫັນ
Disk
ທີ່ຖືກແບ່ງ Partition
ຮຽບຮ້ອຍແລ້ວ ໃຫ້ຄລິກທີ່ Drive
options (advanced)
9. ເລືອກ Disk ທີ່ຕ້ອງການຕິດຕັ້ງ Windows 7 ແລ້ວຄລິກທີ່ Format
10. ຄລິກທີ່ປຸ່ມ OK ເປັນການຢືນຢັນ
11. ສຳເລັດແລ້ວຄລິກ Next
12. ຄອມພິວເຕີທີ່ຢັງບໍ່ເຄີຍຕິດຕັ້ງ Windows ມາກ່ອນ ຈະເຫັນ
Disk
ທີ່ຢັງບໍ່ແບ່ງ Partition
ດັ່ງນັ້ນຕ້ອງກໍ່ການແບ່ງ Partition
ໂດຍຄລິກທີ່ Disk ແລ້ວຄລິກ New
13. ຈາກນັ້ນໃຫ້ລະບຸຂະໜາດ Disk ສຳລັບຕິດຕັ້ງ
Windows 7 ໂດຍຫນ່ວຍຈະເປັນ MB (1024 BM = 1 GB) ຈາກນັ້ນຄລິກທີ່ປຸ່ມ Apply
14. ຄລິກທີ່ປຸ່ມ OK ເປັນການຢືນຢັນ
15. ຄລິກເລືອກທີ່ Disk ທີ່ແບ່ງໄວ້ສຳລັບຕິດຕັ້ງ Windows 7
ແລ້ວຄລິກທີ່ປຸ່ມ Next
16. ຈາກນັ້ນໃຫ້ລໍຈົນກວ່າຄອມພິວເຕີຈະຕິດຕັ້ງ Windows 7
ສຳເລັດ ລະຫວ່າງຕິດຕັ້ງ Windows ຄອມພິວເຕີຈະ Restart ເອງ 2 ເທື່ອ (ໄລຍະເວລາການຕິດຕັ້ງ
ຂຶ້ນກັບສເປກຂອງຄອມພິວເຕີແຕ່ລະເຄື່ອງ)
17. ຫຼັງຈາກຄອມພິວເຕີຕິດຕັ້ງ
Windows
7 ຮຽບຮ້ອຍຈະເຂົ້າສູ່ໜ້າຕັ້ງຄ່າ
ໂດຍກໍ່ການ ກຳນົດ User
name ແລະ Computer
name ຕາມຕ້ອງການ ສຳເລັດແລ້ວຄລິກທີ່ປຸ່ມ Next
18. ກຳນົດ Password ຫລືຫາກບໍ່ຕ້ອງການກຳນົດ password ໃຫ້ວ່າງໄວ້ແລ້ວຄລິກປຸ່ມ Next
19. ເປັນການກຳນົດການອັບເດດ Windows
-
Use recommended settings (ອັບເດດ Windows ແລະໂປຣແກຣມຂອງ Microsoft ອັດໂນມັຕິ) (ແອດມິນເລືອກອັນນີ້)
-
Install important updates only (ອັບເດດສະເພາະ Windows ເທົ່ານັ້ນ)
-
Ask me later (ອັບເດດເອງພາຍຫຼັງ)
11. ກຳນົດ Time zone
,Date , Time ສຳເລັດແລ້ວຄລິກທີ່ປຸ່ມ Next
12. ເລືອກຮູບແບບ Network ທີ່ໃຊ້ງານ
13. ຈາກນັ້ນຈະ Login ເຂົ້າລະບົບ Windows 7
14. ເປັນທີ່ແລ້ວ ສົມບຸນ
4.1. ວິທີ່ລົງໄດຣ໌ເວີ (Install Driver)
·
Driver ຄືຫຍັງ?
ຫຼັງຈາກຕິດຕັ້ງ Windows ແລ້ວ
ເຮົາຈະຕ້ອງຕິດຕັ້ງໂປຣແກຣມ Driver (ໄດຣ໌ເວີຣ໌) ຄືໂປຣແກຣມທີ່ຊ່ວຍໃຫ້ຄອມພິວເຕີຂອງເຮົາເຮັດວຽກໄດ້ເຕັມປະສິດທິພາບໂດຍທົ່ວໄປແລ້ວ
Driver ທີ່ສຳຄັນໄດ້ແກ່
1. Chipset : ຊ່ວຍໃຫ້ CPU ແລະ ວົງຈົນໄຟຟ້າເຮັດວຽກໄດ້ເຕັມທີ່
2. Vga : ຊ່ວຍໃຫ້ຈໍພາບສະແດງສີໄດ້ຖືກຕ້ອງ
3. Sound : ຊ່ວຍໃຫ້ຄອມພິວເຕີມີສຽງ
4. Wifi : ຊ່ວຍໃຫ້ຕໍ່ໄວໄຟໄດ້
5. Lan, Ethernet : ຊ່ວຍໃຫ້ຕໍ່ອິນເຕີຣ໌ເນັດຜ່ານສາຍແລນໄດ້
6. Webcam : ຊ່ວຍໃຫ້ກລ້ອງເວັບແຄມໃຊ້ໄດ້ ແລະ ຍັງມີໄດຣເວີຣ໌ອື່ນໆອີກ ຂຶ້ນຢູ່ກັບຜູ້ຜະລິດ Notebook ແຕ່ລະບໍລິສັດ ວ່າຈະມີໄດຣເວີຣ໌ຫຍັງໃຫ້ໃຊ້ດ້ວຍ
2. Vga : ຊ່ວຍໃຫ້ຈໍພາບສະແດງສີໄດ້ຖືກຕ້ອງ
3. Sound : ຊ່ວຍໃຫ້ຄອມພິວເຕີມີສຽງ
4. Wifi : ຊ່ວຍໃຫ້ຕໍ່ໄວໄຟໄດ້
5. Lan, Ethernet : ຊ່ວຍໃຫ້ຕໍ່ອິນເຕີຣ໌ເນັດຜ່ານສາຍແລນໄດ້
6. Webcam : ຊ່ວຍໃຫ້ກລ້ອງເວັບແຄມໃຊ້ໄດ້ ແລະ ຍັງມີໄດຣເວີຣ໌ອື່ນໆອີກ ຂຶ້ນຢູ່ກັບຜູ້ຜະລິດ Notebook ແຕ່ລະບໍລິສັດ ວ່າຈະມີໄດຣເວີຣ໌ຫຍັງໃຫ້ໃຊ້ດ້ວຍ
·
ຈະຫາ Driver ໄດ້ທີ່ໃດ
?
1. ຜູ້ຜະລິດ Notebook ແລະ PC ມັກຈະແຖມແຜ່ນຊີດີ Driver ມາໃນກລ່ອງ
2. ຖ້າເຮົາເຮັດແຜ່ນຊີດີ Driver ຫາຍ ເຮົາສາມາດເຂົ້າອິນເຕີເນັດ ໄປດາວໂຫຼດຈາກເວັບຜູ້ຜະລິດໄດ້ເຊັ່ນ: Notebook ຢີ່ຫໍ້ Acer ລຸ້ນ Aspire One Happy 2 ກໍ່ຈະໄປດາວໂຫຼດໄດຣ໌ເວີຣ໌ທີ່
http://www.acer.co.th/
2. ຖ້າເຮົາເຮັດແຜ່ນຊີດີ Driver ຫາຍ ເຮົາສາມາດເຂົ້າອິນເຕີເນັດ ໄປດາວໂຫຼດຈາກເວັບຜູ້ຜະລິດໄດ້ເຊັ່ນ: Notebook ຢີ່ຫໍ້ Acer ລຸ້ນ Aspire One Happy 2 ກໍ່ຈະໄປດາວໂຫຼດໄດຣ໌ເວີຣ໌ທີ່
http://www.acer.co.th/
ວິທີຕິດຕັ້ງໂປຣແກຣມ Driver
1. ດາວໂຫຼດໂປຣແກຣມ Winrar ໄດ້ທີ່ http://www.rarlab.com/download.htm
2. ຄລິກດາວໂຫຼດຄື WinRAR x86 (32 bit) 5.11
3. ເປີດໄຟລ໌ທີ່ດາວໂຫຼດແລ້ວກົດປຸ່ມ Install ແລ້ວກົດ Close
ໄຟລ໌ Driver ທີ່ເຮົາດາວໂຫຼດ ບາງເທື່ອຈະຢູ່ໃນຮູບແບບ Zip ເຮົາຕ້ອງໃຊ້ໂປຣແກຣມ Winrar ເພື່ອແຕກ Zip ໃຫ້ເປັນໄຟລ໌ປົກກະຕິກ່ອນ ພາບຕົວຢ່າງການແຕກ Zip ໄຟລ໌
1. ດາວໂຫຼດໂປຣແກຣມ Winrar ໄດ້ທີ່ http://www.rarlab.com/download.htm
2. ຄລິກດາວໂຫຼດຄື WinRAR x86 (32 bit) 5.11
3. ເປີດໄຟລ໌ທີ່ດາວໂຫຼດແລ້ວກົດປຸ່ມ Install ແລ້ວກົດ Close
ໄຟລ໌ Driver ທີ່ເຮົາດາວໂຫຼດ ບາງເທື່ອຈະຢູ່ໃນຮູບແບບ Zip ເຮົາຕ້ອງໃຊ້ໂປຣແກຣມ Winrar ເພື່ອແຕກ Zip ໃຫ້ເປັນໄຟລ໌ປົກກະຕິກ່ອນ ພາບຕົວຢ່າງການແຕກ Zip ໄຟລ໌
1. ດາວໂຫຼດໂປຣແກຣມ Winrar ໄດ້ທີ່ http://www.rarlab.com/download.htm
2. ຄລິກດາວໂຫຼດຄື WinRAR x86 (32 bit) 5.11
3. ເປີດໄຟລ໌ທີ່ດາວໂຫຼດແລ້ວກົດປຸ່ມ Install ແລ້ວກົດ Close
ໄຟລ໌ Driver ທີ່ເຮົາດາວໂຫຼດ ບາງເທື່ອຈະຢູ່ໃນຮູບແບບ Zip ເຮົາຕ້ອງໃຊ້ໂປຣແກຣມ Winrar ເພື່ອແຕກ Zip ໃຫ້ເປັນໄຟລ໌ປົກກະຕິກ່ອນ ພາບຕົວຢ່າງການແຕກ Zip ໄຟລ໌
ເມື່ອແຕກ zip ສຳເລັດແລ້ວ ຈະໄດ້ດັ່ງຮູບ ໃຫ້ຄລິກໄຟລ໌ທີ່ຊື່ setup.exe ເພື່ອເລີ່ມຕິດຕັ້ງໄດວ໌ເວີຣ໌
ໃນການຕິດຕັ້ງໄດວເວີຣ໌
ຈະຕ້ອງເລືອກໄຟລ໌ໃຫ້ຕົງກັບ Notebook ຂອງເຮົາ ເຊັ່ນ
ເຮົາຕິດຕັ້ງ Windows 7 32-bit ເຮົາກໍຕ້ອງເລືອກ Driver ສຳລັບ Windows 7 32-bit ຖ້າເຮົາຕິດຕັ້ງ Windows 7 64-bit ເຮົາກໍຕ້ອງເລືອກ
Driver ສຳລັບ Windows 7 64-bit ຫລືເຮົາໃຊ້ກາດຈໍ ATI ເຮົາກໍຕ້ອງເລືອກດາວໂຫຼດໄດຣ໌ເວີຣ໌ຢີ່ຫໍ້ AT Iຖ້າເຮົາໃຊ້ກາດຈໍ Intel ກໍເລືອກ Intel ຂໍ້ມູນພວກນີ້ບາງທີຈະແປະຢູ່ເທິງNotebook ຫລື ອາດແປະໄວ້ໃຕ້ Notebook ຫລື ເທິງກ່ອງ Notebook ເມື່ອເຮົາຕິດຕັ້ງໄດວເວີຣ໌ໄດ້ກົງກັບອຸປະກອນຂອງເຮົາແລ້ວ
Notebook ກໍຈະເຮັດວຽກໄດ້ເຕັມທີ່
·
ວິທີເຊັກວ່າເຮົາລົງໄດຣວ໌ເວີຣ໌ຄົບຫລືຍັງ
?
1. ກົດ Start ຄລິກຂວາບນ Computer ແລ້ວເລືອກ Properties
2. ຄລິກ Device Manager ມຸມເທິງຊ້າຍ ຈະພົບກັບລາຍຊື່ອຸປະກອນຕ່າງໆ
3. ລາຍຊື່ໃດມີເຄື່ອງໝາຍຕົກໃຈ ສະແດງວ່າຢັງບໍ່ໄດ້ລົງ Driver
1. ກົດ Start ຄລິກຂວາບນ Computer ແລ້ວເລືອກ Properties
2. ຄລິກ Device Manager ມຸມເທິງຊ້າຍ ຈະພົບກັບລາຍຊື່ອຸປະກອນຕ່າງໆ
3. ລາຍຊື່ໃດມີເຄື່ອງໝາຍຕົກໃຈ ສະແດງວ່າຢັງບໍ່ໄດ້ລົງ Driver
ນອກຈາກໄດວ໌ເວີຣ໌ແລ້ວ Notebook ສ່ວນໃຫຍ່ຈະໃຫ້ຕິດຕັ້ງ Application ເສີມດ້ວຍ
ຢ່າງເຊັ່ນຢີ່ຫໍ້ Acer ຜົມຈະຕິດຕັ້ງ ໂປຣແກຣມອີກ 3 ຕັວ ຄື:
ຢ່າງເຊັ່ນຢີ່ຫໍ້ Acer ຜົມຈະຕິດຕັ້ງ ໂປຣແກຣມອີກ 3 ຕັວ ຄື:
-
LaunchManager : ຊ່ວຍໃຫ້ປຸ່ມລັດຂອງ Notebook ເຮັດວຽກໄດ້
-
ePower Management : ຊ່ວຍປະຫຢັດພະລັງງານ ເຮັດໃຫ້ໃຊ້ໄຟຈາກແບດເຕີຣີ່ໄດ້ດົນຂຶ້ນ
-
Cyberlink WebCam : ຊ່ວຍໃຫ້ເວັບແຄມໃຊ້ໄດ້
ສຳລັບ Notebook ຢີ່ຫໍ້ອື່ນກໍຈະມີຫຼັກການຄ້າຍໆກັນ ຄື ດາວໂຫຼດໄດວ໌ເວີຣ໌ ແລະໂປຣແກຣມເສີມ
ແລ້ວກໍຕິດຕັ້ງລົງ Notebook.
4.1.
ການຕິດຕັ້ງໂປຣແກມ (Install Program)
ຕົວຢ່າງ: ການຕິດຕັ້ງໂປຣແກຣມ Microsoft Office 2013
1) ໄຟລ໌ທີ່ໄດ້ມາຈະເປັນ ISO ຊຶ່ງຄືເປັນ CD/DVD Image ປົກກະຕິຕ້ອງເອົາໄປຂຽນລົງແຜ່ນກ່ອນ
ແຕ່ສຳລັບ Windows 8
ແລ້ວ ສາມາດເມົາທ໌ແຜ່ນໄດ້ດ້ວຍຕົວວິນໂດວ໌
2) ຫາກໃຜທີ່ໃຊ້ Windows 32 ບິດ ກໍສາມາດໃຊ້ງານ setup.exe ໄດ້ເລີຍແຕ່ຖ້າໃຊ້ Windows 64 ບິດ ມີທາງເລືອກ 2 ຢ່າງຄື Office 32 ບິດ ກັບ 64 ບິດ
ຊຶ່ງຖ້າບໍ່ເລືອກຫຍັງຕົວຕິດຕັ້ງຈະລົງ 32 ບິດໃຫ້ ແຕ່ຖ້າຢາກໄດ້ 64 ບິດຕ້ອງມີຂັ້ນຕອນເພີ່ມ
3)
ໜ້າ User Account Control ກົດ Yes
4) ໜ້າ License
Agreement ໃຫ້ຕິກຖືກທີ່ I accept the terms of this agreement ແລ້ວກົດ Continue
5) ຫາກບໍ່ຄິດຫຍັງຫລາຍກໍກົດ Install Now ໄດ້ເລຍ ແຕ່ຜົມບໍ່ຢາກລົງທຸກໂປຣແກຣມ ຈຶ່ງເລືອກ Customize
6) ຈາກນັ້ນຍາກຕິດຕັ້ງ ຫລື ບໍ່ຍາກຕິດຕັ້ງຕົວໃດກໍເລືອກໄດ້ຕາມໃຈ
ແລ້ວກົດ Install Now
7)ໂປຣແກຣມທຳການຕິດ ລໍຈົນການຕິດຕັ້ງ ສຳເລັດ
8) ກົດ Close ເພິ່ອຈົບການຕິດຕັ້ງ
ແຕ່ຍັງມີຕໍ່ນະ
9)
ເປີດໂປຣແກຣມ Microsoft Word ຂຶ້ນມາ
2)
ກ່ອນໃຊ້ງານເທື່ອແລກຕ້ອງ Activate ກັນກ່ອນ
ກໍລະນີນີ້ເຮົາໄດ້ຕົວຕິດຕັ້ງພ້ອມຈາກ Technet/MSDN
subscription ດັ່ງນັ້ນໃຫ້ເລືອກອັບຊັ່ນ
Enter a product key
13) ໃສ່ຄີເລີຍ ງ່າຍດີ ກອກເອງເທື່ອລະຕັວຢ້ານຜິດ
14) ໜ້າ User
Account Control ກໍກົດ Yes ເຊັ່ນເດີມ
15) Activate ຮຽບຮ້ອຍ ພ້ອມໃຊ້ງານ ກົດກາກະບາດທີ່ມຸມຂວາເທີງເພື່ອເລີ່ມໃຊ້ງານເລີຍ
ຫລືຫາກຍາກເບິ່ງຄຳແນະນຳເພິ່ມເຕິມກໍກົດ Next ສຳລັບຜົມເລືອກ Next ຂໍເບິ່ງທັວຣ໌ກ່ອນ
ພາກທີ V:
ບັນຫາຄອມພິວ ແລະ ວິທີແກ້ໄຂບັນຫາເບື້ອງຕົນ
ສາເຫດອາການເສຍຂອງຄອມພິວເຕີນັ້ນມີຫຼາກຫຼາຍສາເຫດນຳກັນ
ແລະ ເຮົາສາມາດວິເຄາະອາການເສຍຂອງຄອມພິວເຕີເບື້ອງຕົ້ນໄດ້ດັ່ງຕໍ່ນີ້:
5.1
ສາເຫດອາການ ເວລາບູດເຄື່ອງຂຶ້ນມາແລ້ວ
ທຸກຢ່າງບໍ່ມີການເຮັດວຽກງານ ແລະ ງຽບສະນິດ
ໃຫ້ກວດສອບທີ່ພັດລົມດ້ານທ້າຍເຄື່ອງກ່ອນວ່າໝຸນຢູ່
ຫລື ບໍ່ ຖ້າຫາກບໍ່ໝຸນອາດເປັນໄປໄດ້ວ່າປັກໄຟຕາຍ ຫລື ອາດລືມເປີດສະວິດໄຟ
ຫລື ຕົວປລັກຫຼວມ ຫລື ສາຍອາດຂາດທາງໃນ
ແລະໃຫ້ເຂົ້າໄປເຊັກທີ່ຟິວສ໌ຂອງເພົາເວີຣ໌ຊັບພລາຍ ຫລື ເຕົ້າສຽບປລັ໊ກໄຟ
ຫາກຟິວສ໌ຂາດໃຫ້ກໍ່ການຊື້ຟິວສ໌ລຸ້ນດຽວກັນມາປ່ຽນ
ແຕ່ຖ້າຫາກເພົາເວີຣ໌ຊັບພລາຍຕາຍ
ຄວນແນະນຳໃຫ້ປ່ຽນເພົາເວີຣ໌ຊັບພລາຍໃໝ່ ຫລືໃຫ້ຊ່າງຊ່ອມຄອມພິວເຕີກວດເຊັກອາການ
5.2
ສາເຫດອາການ ເວລາບູດເຄື່ອງແລ້ວຈໍມືດ
ແຕ່ໄຟ LED ໜ້າຈໍ ແລະ ໄຟເຄສຕິດ
ທຸກສີ່ງເຮັດວຽກໝົດ
ໃຫ້ກໍ່ການເຊັກທີ່ປຸ່ມການປັບສີ ແລະ ແສງທີ່ໜ້າຈໍຄອມພິວເຕີກ່ອນ
ຫຼັງຈາກນັ້ນໃຫ້ກໍ່ການເຊັກໃນສ່ວນຂອງຂົ້ວສາຍໄຟ ແລະ ຂົ້ວສາຍສັນຍານລະຫວ່າງເຄດຄອມພິວເຕີກັບຈໍພາບ
ຫລື ບໍ່ກໍອາດເປັນເພາະເຮົາສຽບກາດຈໍບໍ່ແໜ້ນຫາກເຮົາກໍ່ການກວດເຊັກອາການເຫຼົ່ານີ້ແລ້ວ
ແລະ ທຸກຢ່າງເປັນປົກກະຕິດີສາເຫດໜ້າຈະເກີດຈາກກາດສະແດງຜົນ ຫລື ຈໍພາບ
ໃຫ້ນຳອຸປະກອນທັງ 2 ຕັວໄປລອງຕໍ່ກັບອີກເຄື່ອງໜຶ່ງທີ່ເຮັດວຽກຕາມປົກກະຕິ
ຫາກກາດເສຍຕ້ອງສົ່ງເຄມທີ່ສູນບໍລິການ ຫລື ໃຫ້ກໍ່ຊື້ປ່ຽນໃໝ່
ແຕ່ຖ້າເປັນຈອມອນິເຕີຣ໌ ໃຫ້ກວດເຊັກອາການອີກເທື່ອໜຶ່ງ
5.3
ສາເຫດອາການ ເວລາບູດເຄື່ອງແລ້ວມີໄຟສະແດງທີ່ໜ້າເຄດ
ແລະ ໄຟທີ່ຟລອບປີ້ໄດຣ ແຕ່ໜ້າຈໍມືດ ແລະ ທຸກຢ່າງງຽບໝົດ
ໃຫ້ກວດສອບທີ່ການກວດສອບການເຊື່ອມຕໍ່ລະຫວ່າງຂົ້ວຕໍ່ສາຍໄຟຂອງຕົວເພົາເວີຣ໌ຊັບພລາຍກັບຕົວເມນບອດວ່າຖືກຕ້ອງ
ຫລື ບໍ່ ຫຼຸດຫຼວມໄປ ຫລື ບໍກວດສອບສາຍແພທີ່ເຊື່ອມຕໍ່ກັບຂົ້ວຕໍ່ສາຍ
IDE ຂອງຕວຮາດດິດ, ຟລອບປີ້ດິດ ແລະ ຊີດີນວ່າຖືກຕ້ອງ ຫລື ບໍ່ ຫຼຸດຫຼວມໄປ ຫລື ບໍ່ ແລະ ກໍ່ການກວດສອບວ່າຊີພີຢູເສຍ ຫລື ບໍ່ ກວດສອບຈັມເປີຣ໌ ຫລື ດິບສວິດຊ໌ ແລະ ໃຫ້ເຂົ້າໄປປ່ຽນແປງຄ່າໃນຕົວໄບອອດວ່າມີການກຳນົດຄ່າທີ່ຖືກຕ້ອງ
ຫລື ບໍ່
5.4
ສາເຫດອາການ ທີ່ຕົວຈໍພາບສະແດງຂໍ້ຄວາມຜິດພາດ
HDD FAILURE
ກວດສອບໃນການຕັ້ງຄ່າໃນໄບອອດວ່າຖືກຕ້ອງ ຫລື
ບໍ່ ກວດສອບສາຍຕໍ່ IDE ວ່າມີການສຽບຜິດຫລື ບໍ ຫຼຸດ ຫລື ຫຼວມຫລືບໍ ກວດສອບຮາດດິດວ່າຕາຍ ຫລື ບ
ໂດຍເຂົ້າໄປໃນໄບອອດ ແລະ ເຂົ້າໄປທີ່ຫົວຂໍ້ IDE HDD Auto
Detection ກວດສອບຮາດດິດ ຖ້າບໍ່ເຈີສະແດງວ່າຮາດດິດອາດມີບັນຫາແຕ່ຫາກເຈີສະແດງວ່າຮາດດິດປົກກະຕິ.
5.5
ສາເຫດອາການ ເມື່ອກໍ່ການບູດເຄື່ອງຂຶ້ນມາແລ້ວມີສັນຍານະເຕືອນດັ່ງ
ບີ໊ບ ບີ໊ບ
ກວດສອບວ່າແຣມເຮັດວຽກເປັນປົກກະຕິ ຫລື ບໍ
ຕິດຕັ້ງດີແລ້ວ ວິທີແກ້ໄຂໃຫ້ຖອດແລ້ວສຽບໃໝ່ ກວດສອບໃນການຕິດຕັ້ງກາດຕ່າງໆ
ເທິງຕົວເມນບອດວ່າຕິດຕັ້ງດີແລ້ວ ຫລື ບໍ່ ວິທີຊ່ອມຄອມພິວເຕີໃຫ້ຖອດແລ້ວສຽບໃໝ່ເບິ່ງ
ແລ້ວກວດສອບຊີພີຢູ ແລະ ການເຊັດຕົວຈຳເປີຣ໌ວ່າຖືກຕ້ອງ ຫລືບໍ່ ວິທີຊ່ອມຄອມ
ເຊັດຈັມເປີຣ໌ໃໝ່ໂດຍກວດເຊັກຈາກຄູ່ມືຂອງຕົວເມນບອດນັ້ນໆ.
ຈົບສົມບູນ
ສະຫງວນລິຄາສິດເດີ
ໃຫ້ກຳລັງໃຈ ອ.ຈ ເສີມສີນ ໂດຍການກົດ Like & Share ໃນແຟນເຟດ Facebook ເດີ ຂອບໃຈ
ອາຈານ ເສີມ ໂທ: 020 58894429
Facebook FanPage: ສອນໄອທີຟຣີYoutube